ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຄະນະຜູ້ແທນ
ກອງທັບປົດປ່ອຍປະຊາຊົນຈີນ ເຂົ້າຢ້ຽມຂ່ຳນັບ


     ໃນວັນທີ 21 ພະຈິກ 2023 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ
ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ພົນຕີ
ຈາງ​ ຜິງ ຈຸ້ນ​ ຫົວຫນ້າການເມືອງກອງຮັບປະກັນພະລາທິການເມືອງກຸ້ຍລີນ,  ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ
ແລະ ເຮັດວຽກຢູ່ ສປປ ລາວ.

     ສະຫາຍ​ ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ
ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຂອງສະຫາຍ ພົນຕີ ຈາງ​ ຜິງ​ ຈຸ້ນ ພ້ອມຄະນະ ເຊິ່ງເປັນການປະກອບສ່ວນນຳຜົນປະໂຫຍດສູງສຸດໃຫ້
ແກ່ວຽກງານຂອງສອງກອງທັບ ລາວ-ຈີນ ທັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີທີ່ມີມູນເຊື້ອອັນດີງາມ ປະກອບສ່ວນເຂົ້າໃນການ
ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ
ລາວ-ຈີນ ໃຫ້ນັບມື້ໝັ້ນຄົງທະນົງແກ່ນ. ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການມາພົບປະລະຫວ່າງ ຄະນະຜູ້ແທນ ກອງທັບປົດ
ປ່ອຍປະຊາຊົນຈີນ ແລະ ກອງທັບປະຊາຊົນລາວ ໃນຄັ້ງນີ້ ຈະສາມາດຜັນຂະຫຍາຍ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ທີ່ສອງ
ພັກ-ສອງລັດ ກໍຄື ສອງກະຊວງປ້ອງກັນປະເທດ ໄດ້ຮັບໝາກຜົນດີຍິ່ງໆຂຶ້ນ.

     ໂອກາດນີ້, ສະຫາຍ ຫົວໜ້າການເມືອງກອງຮັບປະກັນເມືອງກຸ້ຍລີນ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ລັດຖະມົນຕີ ກະຊວງ
ປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ເຊິ່ງເປັນການປະກອບສ່ວນ
ສຳຄັນຂອງການຮ່ວມມືຮອບດ້ານ ຈີນ-ລາວ, ລາວ-ຈີນ ທີ່ມີມູນເຊື້ອມາແຕ່ຍາວນານໃຫ້ຈະເລີນງອກງາມ ພ້ອມທັງລາຍງານຜົນການ
ມາພົບປະພົວພັນຮ່ວມມືລະຫວ່າງສອງຝ່າຍ ໃນຂົງເຂດວຽກງານໂຄສະນາອົບຮົມ ເພື່ອພ້ອມກັນປົກປັກຮັກສາເສີມຂະຫາຍສາຍພົວ
ພັນ ຮ່ວມມືລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອ
ສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມືພາຍໃນພາກພື້ນ ແລະ ສາກົນ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 22/11/2023